OzTalks in Savannakhet

Wednesday, June 14, 2023
5:00 PM - 9:00 PM Asia, Vientiane
Laochaleun Square ລາວເຈຣີນສະເເຄວລ໌ Savannakhet Province, Lao People's Democratic Republic
Hosted by: Australian Embassy and LAI
Add to my calendar: Apple - Google - Outlook

Event Details


The Australian Embassy, in collaboration with The Laos Australia Institute are proud to host the next OzTalks: ‘Youth Employment’ in Savannakhet, Laos.
ສະຖານທູດອົດສະຕຣາລີ ຮ່ວມກັບ ສະຖາບັນ ລາວ-ອົດສະຕຣາລີ ມີຄວາມພູມໃຈຈັດເວທີສົນທະນາ ໃນຫົວຂໍ້: 'ໄວໜຸ່ມກັບການຈ້າງງານ' ເຊີ່ງຈະຈັດຂື້ນທີ່ ແຂວງສະຫວັນນະເຂດ.
ໃນງານນີ້ທ່ານຈະໄດ້ຮູ້ວ່າມີທັກສະ ແລະ ວຽກໃດແດ່ທີ່ມີຄວາມຕ້ອງການສູງ, ການພັດທະນາທັກສະພື້ນຖານສໍາລັບການເຮັດວຽກເຊັ່ນ ການນໍາພາ, ການເຮັດວຽກເປັນທີມ, ການສື່ສານ, ການແກ້ໄຂບັນຫາ, ການຄິດວິເຄາະ ແລະ ວິທີການສ້າງສາຍສຳພັນເພື່ອໃຫ້ເກີດຄວາມສໍາເລັດໃນຕະຫຼາດແຮງງານ.
ຟັງເຄັດລັບກ່ຽວກັບການຈ້າງງານ ແລະ ຖາມຄໍາຖາມກັບແຂກຮັບເຊີນ:
1. ທ່ານ ແກ້ວວີສຸກ ດາລາສານ, ຜູ້ກໍ່ຕັ້ງ ແລະ ຜູ້ອຳນວຍການ 108 Jobs
2. ທ່ານ ຄູນປະເສີດ ສີອັກສອນ, ຜູ້ກໍ່ຕັ້ງ ແລະ ຜູ້ອຳນວຍການ Long Pizza, ສະຫວັນນະເຂດ
3. ທ່ານ ປອ ສີຖາ ເຂັມມະລາດ, ຫົວໜ້າທີມງານຄົ້ນຄ້ວາ, ໂຄງການເມືອງອັດສະລິຍະ, ມະຫາວິທະຍາໄລສະຫວັນນະເຂດ
4. ທ່ານ ນາງ ສຸພາພອນ ດັງມະນີ, ອະດີດນັກສຶກສາອົດສະຕຣາລີ ແລະ ຜູ້ຮ່ວມກໍ່ຕັ້ງ ສະເຕ່ວລ້າ
5. ທ່ານ ຕີ ຊີເຊັງ, ຜູ້ອຳນວຍການ ບໍລິສັດ ສະຫວັນປາຊີຟີກາ ດີວີລົບເມັນ ຈຳກັດ
ດຳເນີນການສົນທະນາ ໂດຍ ທ່ານ ນາງ ສຸພາພອນ ທຸມມະວົງສາ ຈາກສະຖານທູດ ອົດສະຕຣາລີ ປະຈຳລາວ
ວັນທີ່ ແລະ ເວລາ: ວັນພຸດ ທີ 14 ມິຖຸນາ, ງານເລີ່ມແຕ່ 5 ໂມງແລງເປັນຕົ້ນໄປ
ສຳລັບຜູ້ທີ່ສົນໃຈເຂົ້າຮ່ວມງານນຳພວກເຮົາ ກະລຸນາຈອງບ່ອນນັ່ງຂອງທ່ານ ໂດຍກົດທີ່ລີ້ງນີ້: http://bit.ly/OzTalksYouthEmployment
ຂໍ້ມູນເພີ່ມຕື່ມ:
021 265 721-2
Email: alumni@laosaustraliainstitute.org

                    </div>
                                            <div class=

Ticket Information


Are you sure you want to delete this event?

Delete event No, do not delete